• SURAFCO SlideShow
  • SURAFCO SlideShow
  • SURAFCO SlideShow
  • SURAFCO SlideShow
  • SURAFCO SlideShow
  • SURAFCO SlideShow
EnglishLao (ພາສາລາວ)

Video about the NAFC

Video_en

Interested to help poor students?

Scholarships

ໜ້າຫລັກ

ໂຮງຮຽນກະສິກຳ ແລະ ປ່າໄມ້

ຍິນດີຕ້ອນຮັບເຂົ້າສູ່ໂຮງຮຽນກະສິກຳແລະປ່າໄມ້, ບ່ອນທີ່ສາມາດເຂົ້າເຖິງ ຂໍ້ມູນຂ່າວສານ ທີ່ກ່ຽວພັນກັບ “ຍຸດທະສາດສຳລັບການປັບປຸງລະບົບການ ສຶກສາໂຮງຮຽນ ກະສິກຳ ແລະ ປ່າໄມ້ ຮອດປີ 2020” ຢູ່ ສປປ ລາວ.

ມີໂຮງຮຽນກະສິກຳ ຫ້າແຫ່ງ ທີ່ດຳເນີນການຢູ່ລາວ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້, ຊຶ່ງເປັນຜູ້ສະໜອງພະນັກງານຄູຝຶກທີ່ມີຄຸນວຸດທິ ສຳລັບຂະແໜງ ການກະສິກຳນີ້:

  1. ວິທະຍາໄລກະສິກຳແລະປ່າໄມ້ພາກເໜືອ, ປາກເຊືອງ, ແຂວງຫຼວງພະບາງ
  2. ໂຮງຮຽນຊົນລະປະທານທ່າງ່ອນ, ທ່າງ່ອນ, ນະຄອນຫຼວງວຽງຈັນ
  3. ໂຮງຮຽນກະສິກຳແລະປ່າໄມ້ ບໍລິຄຳໄຊ, ເມືອງໃໝ່, ແຂວງບໍລິຄຳໄຊ
  4. ໂຮງຮຽນກະສິກຳແລະປ່າໄມ້ສະຫວັນນະເຂດ, ນາແກ, ແຂວງສະຫວັນນະເຂດ
  5. ໂຮງຮຽນກະສິກຳແລະປ່າໄມ້ຈຳປາສັກ, ຫຼັກ7 ປາກເຊ, ແຂວງຈຳປາສັກ

ບົດບາດທີ່ສຳຄັນໃນການພັດທະນາດ້ານຍຸດທະສາດ-ການເສີມສ້າງຄວາມເຂັ້ມແຂງ ໃນການເຮັດກະສິກຳຕາມພື້ນຖານຕະຫຼາດ, ຫຼຸດຜ່ອນຄວາມແຕກຕ່າງ ລະຫວ່າງ ເຂດທົ່ງພຽງ ແລະ ເຂດເນີນສູງ ແລະ ການບັງຄັບການດຳເນີນການຄຸ້ມຄອງປ່າໄມ້ ແລະແຫຼ່ງນ້ຳ ແບບຍືນຍົງ- ແມ່ນຖືກມອບໝາຍໃຫ້ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ (NAFC), ຊຶ່ງສຸມໃສ່ການພັດທະນາເຂດເນີນສູງ.

ອົງການສຳລັບການພັດທະນາແລະການຮ່ວມມື ຂອງປະເທດສະວິດ (SDC) ໄດ້ເລືອກຊ່ວຍ ໃນ ການດຳເນີນການປະຕິຮູບນີ້ ໂດຍສ້າງຕັ້ງໂຄງການ SURAFCO, ໂຄງການ ກ່ຽວກັບ “ການສະໜັບສະໜູນການປະຕິຮູບໂຮງຮຽນກະສິກຳແລະປ່າໄມ້ຊັ້ນກາງແຂວງຫຼວງພະບາງ” (SURAFCO).

SURAFCO ຖືກຈັດຕັ້ງປະຕິບັດໂດຍວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ (NAFC) ດ້ວຍການສະໜັບສະໜູນ ຂອງ HELVETAS, ສະມາຄົມ ສຳລັບການຮ່ວມມື ສາກົນ ຂອງປະເທດສະວິດ. ການຊ່ວຍເຫຼືອໃນການພັດທະນາຫຼັກສູດ ໄດ້ຖືກສະໜອງໂດຍ SCA, ໂຮງຮຽນ ການພັດທະນາກະສິກຳແລະໂຄງລ່າງ ຂອງປະເທດສະວິດ ໂດຍ SKAT, ສູນ ຊັບພະຍາກອນ ແລະ ທີ່ປຶກສາ ສຳລັບການພັດທະນາ ຂອງປະເທດສະວິດ.

 

ຂ່າວສານ

 

ມີ​ຄວາມ​ສົນ​ໃຈ​ທີ່​ຈະສະ​ໜັບສະ​ໜູນ​ຊ່ວຍ​ເຫຼືອນັກ​ສຶກສາ​ທີ່​ທຸກ​ຍາກ​ບໍ່?

SURAFCO-News-2011-27-Scholarship-1

ນັກສຶກສາທີ່ທຸກຍາກຈາກເຂດຫ່າງໄກສອກຫຼີກ ພົບບັນຫາທີ່ເຂົາເຈົ້າບໍ່ສາມາດເຂົ້າມາສຶກສາຮ່ຳຮຽນທີ່ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ເຖິງແມ່ນວ່າຄ່າໃຊ້ຈ່າຍທັງໝົດເຂົ້າໃນການສຶກສາຮ່ຳຮຽນບໍ່ສູງ-ມູນຄ່າປະມານ 2.225 ດອນລາສະຫະລັດສຳລັບຮຽນຈົບ 3 ປີໃນລະບົບຊັ້ນສູງ. ສະນັ້ນ, ທາງວິທະຍາໄລກຳລັງຊອກຫາທຶນຊ່ວຍເຫຼືອຈາກບຸກຄົນຝ່າຍເອກະ ຊົນ, ບໍລິສັດ, ເຈົ້າຂອງທຶນ ຫຼື ໂຄງການຕ່າງໆເພື່ອຕອບສະໜອງທຶນການສຶກສາໃຫ້ແກ່ນັກສຶກສາທີ່ທຸກຍາກ.

ວິທະຍາໄລກະສິກຳ ແລະ ປ່າໄມ້ໄດ້ຕັ້ງມາດຖານໃນການຄັດເລືອກສຳລັບບົດບາດຍິງ-ຊາຍ, ສະພາບຄອບຄົວ, ຄວາມທຸກຍາກ, ການກຕຸກຊຸກຍູ້ ແລະ ຄວາມສາມາດໃນສັງຄົມ. ຖ້າເຈົ້າ ຮູ້ສຶກຢາກຊ່ວຍເຫຼືອນັກສຶກສາດັ່ງກ່າວ ກະລຸນນາອ່ານເພີ່ມເຕີມໃນເອກະສານຕັດຄັດ ແລະ ຕິດຕໍ່ພວກເຮົາ ເພື່ອໃຫ້ຂໍ້ມູນລະອຽດອີກຕື່ມ.

 

ພິທີມອບຮັບໂຄງການກໍ່ສ້າງຢູ່ທີ່ວິທະຍາໄລກະສິກຳ ແລະ ປ່າໄມ້

SURAFCO-News-2011-26-Ceremony-1
Click for more photosSURAFCO-News-2011-26-Ceremony-2SURAFCO-News-2011-26-Ceremony-3SURAFCO-News-2011-26-Ceremony-4SURAFCO-News-2011-26-Ceremony-5SURAFCO-News-2011-26-Ceremony-6SURAFCO-News-2011-26-Ceremony-7SURAFCO-News-2011-26-Ceremony-8SURAFCO-News-2011-26-Ceremony-9SURAFCO-News-2011-26-Ceremony-10SURAFCO-News-2011-26-Ceremony-11

ໃນວັນທີ 17 ເດືອນກັນຍາ ປີ 2011 ທີ່ຜ່ານມາ ຢູ່ທີ່ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ໄດ້ຈັດພິທີມອບ-ຮັບການພັດທະນາພື້ນຖານໂຄ່ງລ່າງ ໂດຍມີບັນດາຄະນະ ການນຳຂັ້ນສູງ ແລະ ບັນດາແຂກຂັ້ນສູງເຂົ້າຮ່ວມເຊັ່ນ: ພະນະທ່ານ ວິໄລວັນ ພົມເຂ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ພະນະທ່ານ ເອກອັກຄະລະຊະທູດ ສະວິດ ເຊີແລນປະຈຳລາວ, ພະນະທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫຼວງພະບາງ ໄດ້ໃຫ້ກຽດ ເຂົ້າຮ່ວມໃນພິທີ. ມູນຄ່າການກໍ່ສ້າງຕ່າງໆ ຊຶ່ງໄດ້ຮັບການສະໜັບສະໜູນຈາກ ລັດຖະບານ ສະວິດເຊີແລນ ລວມມູນຄ່າທັງໝົດ 1,527,853 CHF, ປະມານ 1,655,312 ດອນລາ ສະຫັດລັດ ໂດຍໄດ້ນຳໃຊ້ເຂົ້າໃນການກໍ່ສ້າງອາຄານຮຽນ 1 ຫຼັງ, ຫ້ອງທົດລອງ 1 ຫຼັງ, ຫໍພັກ 2 ຫຼັງ, ຮ້ານອາຫານ 1 ຫຼັງ, ເຮືອນຄົວ 2 ຫຼັງ, ເຮືອນຄະນະຮັບຜິດຊອບ ນັກສຶກສາ 1 ຫຼັງ, ເຮືອນປະຈໍາຟາມ 8 ຫຼັງ, ຟາມ 3 ຫຼັງ, ສະໜາມກິລາໃໝ່, ລະບົບໄຟຟ້າໃໝ່, ລະບົບນຳໃຊ້ໃໝ່, ລະບົບການກະຈາຍນ້ຳບຳບັດ ແລະ ໜ່ວຍງານຜະລິດນ້ຳດື່ມບໍລິສຸດ.

ການປັບປຸງພື້ນຖານໂຄງລ່າງທັງໝົດນັ້ນ ຈະເປັນການປະກອບສ່ວນໃນອັນໃຫຍ່ຫຼວງ ໃນການເສີມສ້າງວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ໃຫ້ກາຍເປັນສູນແຫ່ງຄວາມ ເປັນເລີດທາງດ້ານການພັດທະນາກະສິກຳເຂດເນີນສູງ ໂດຍການເຊື່ອມໂຍງພື້ນຖານໂຄງ ລ່າງກັບການຈັດຕັ້ງຫຼັກສູດທີ່ເນັ້ນຄວາມຊຳນານເປັນຫຼັກ, ລະບົບການຈັດການທີ່ທັນສະໄໝ ແລະ ລວມທັງການກໍ່ສ້າງຄວາມອາດສາມາດ.

 

Management Concepts and Posters for NAFC Farms

SURAFCO-News-2011-25-Posters-1
Click for more picturesSURAFCO-News-2011-25-Posters-2SURAFCO-News-2011-25-Posters-3SURAFCO-News-2011-25-Posters-4SURAFCO-News-2011-25-Posters-5 SURAFCO-News-2011-25-Posters-6SURAFCO-News-2011-25-Posters-7SURAFCO-News-2011-25-Posters-8SURAFCO-News-2011-25-Posters-9SURAFCO-News-2011-25-Posters-10SURAFCO-News-2011-25-Posters-11SURAFCO-News-2011-25-Posters-12SURAFCO-News-2011-25-Posters-13SURAFCO-News-2011-25-Posters-14SURAFCO-News-2011-25-Posters-15SURAFCO-News-2011-25-Posters-16SURAFCO-News-2011-25-Posters-17

ປົດສະເຕີ ແລະ ແນວຄວາມຄິດໃນການບໍລິຫານສຳລັບຟາມຂອງວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ໄດ້ດຳເນີນສ້າງແນວຄວາມຄິດດ້ານການບໍລິຫານຈັດການຟາມ, ແນວຄິດ ດັ່ງກ່າວແມ່ນຈະຊ່ວຍອຳນວຍຄວາມສະດວກໃຫ້ການບໍລິຫານຈັດການຟາມ ຊຶ່ງໄດ້ເນັ້ນໃສ່ ກ) ການສິດສອນ ແລະ ການຜະລິດ, ຂ) ການສ້າງລາຍຮັບ, ຄ) ການຄົ້ນຄວ້າ. ໂຄງການ SURAFCO ໄດ້ລິເລີ່ມການດຳເນີນກອງທຶນໝູນວຽນໃນການຈັດຕັ້ງປະຕິບັດ 20 ຟາມ ແລະ ສະໜັບສະໜູນໃນການຈັດຊື້ດ້ານອຸປະກອນທີ່ນຳໃຊ້ໃນຟາມ.
ປົດສະເຕີສຳລັບແຕ່ລະຟາມໄດ້ຮັບພັດທະນາເພື່ອແນະນຳວັດຖຸປະສົງຂອງຟາມ ແລະ ບັນດາກິດຈະກຳຫຼັກທີ່ກ່ຽວຂ້ອງ. ເນື່ອງຈາກວ່າເປັນບາດກ້າວທຳອິດໃນການພັດທະນາອຸປະ ກອນສຶກສາໂດຍນຳໃຊ້ປົດສະເຕີເຂົ້າໃນການສິດສອນ.

 

ການພັດທະນາຍຸດທະສາດການບຳລຸງຮັກສາ ແລະ ຄູ່ມືການນຳໃຊ້

SURAFCO-News-2011-24-Strategy-1
Click for more photosSURAFCO-News-2011-24-Strategy-2SURAFCO-News-2011-24-Strategy-3SURAFCO-News-2011-24-Strategy-4SURAFCO-News-2011-24-Strategy-5

ໃນລະຫວ່າງເດືອນກໍລະກົດ ແລະ ສິງຫາມານີ້, ຍຸດທະສາດການບຳລຸງຮັກສາສຳລັບພື້ນຖານໂຄງລ່າງ ແລະ ອຸປະກອນ ໄດ້ຈັດຕັ້ງປະຕິບັດຢ່າງມີປະສິດທິດພາບ ພ້ອມດຽວກັນນັ້ນຄູ່ມືຍຸດ ທະສາດການບຳລຸງຮັກສາກໍໄດ້ຮັບການປັບປຸງຄືນ, ຍຸດທະສາດລວມເຖິງການສ້າງທີມງານດຳ ເນີນການທາງດ້ານເຕັກນິກ ແລະ ການບຳລຸງຮັກສາ ການປັບປຸງບັນດາໜ້າວຽກທີ່ກ່ຽວຂ້ອງ, ການກະກຽມງົບປະມານໃນການລຳລຸງຮັກສາ ແລະ ຈັດເກັບບັນດາອຸປະກອນຄົງຄ້າງໃນສາງ ຂອງວິທະຍາໄລທັງໝົດ ເປັນຕົ້ນອຸປະກອນ ແລະ ຊັບສິນຕ່າງໆ. ສ່ວນຝຶກອົບຮົມດ້ານເຕັກ ນິກການບຳບັດນ້ຳເສຍ, ອຸປະກອນໄຟຟ້າ, ນ້ຳສະອາດ, ການສ້າງລະບົບຄວາມປອດໄພດ້ານ ເທັກໂນໂລຢີ, ການສ້າງລະບົບເຕືອນໄພດ້ວຍແສງຕາເວັນ, ລະບົບ GPS ແລະ ການສ້າງແຜນ.

 

ການຝຶກອົບຮົມການພັດທະນາຫຼັກສູດຄັ້ງທີ 10

SURAFCO-News-2011-23-Workshop-1
Click for more photosSURAFCO-News-2011-23-Workshop-2SURAFCO-News-2011-23-Workshop-3

ເລີ່ມແຕ່ວັນທີ 22 – 31 ສິງຫາ 2011. ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ໄດ້ຈັດ ຝຶກອົບຮົມການພັດທະນາຫຼັກສູດຄັ້ງທີ 10 ໂດຍເປັນປະທານຂອງທ່ານ ທອງສະມຸດ ພູມມະສອນ ຮອງອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ, ມີທ່ານ ນາງ ເອນເດຣຍ ໂຊຣເຕີ, ຫົວໜ້າຊ່ຽວຊານປະຈຳໂຄງການ SURAFCO, ຊ່ຽວຊາຍສະເພາະດ້ານພັດທະນາຫຼັກສູດຈາກວິທະຍາໄລ ກະສິກຳສະວິດເຊີແລນ ແລະ ບັນດາຄູອາຈານຈາກວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອແນໃສ່ການພັດທະນາອຸປະກອນການສິດສອນ ແລະ ການວາງແຜນ ສົກຮຽນ 2011 – 2012. ກອງປະຊຸມດໍາເນີນ 3 ວັນ ໄດ້ຮັບການທຸ້ມເທເພື່ອປັບປັບປຸງການບໍລິຫານ ຂອງວິທະຍາໄລ. ອຳນວຍການວິທະຍາໄລກະສິກຳສະວິດເຊີແລນ ທ່ານ ດຣ. ອັນເຝຣດບຣູດສ໌ ກໍໄດ້ມາ ຢ້ຽມຢາມວິທະຍາໄລ ພິເສດແມ່ນບັນດາບົດຮຽນທີ່ທ່ານນຳມາໃຫ້ ແລະ ການສະໜອງດ້ານປັດໃຈອື່ນໆ.

 

ກະຊວງສຶກສາທິການ ອົງການຈັດຕັ້ງບໍ່ສັງກັດລັດ ຈັດກອງປະຊຸມແຫ່ງຊາດວ່າດ້ວຍການສຶກສາ

SURAFCO-News-2011-22-Forum-1
Click for more photosSURAFCO-News-2011-22-Forum-2SURAFCO-News-2011-22-Forum-3SURAFCO-News-2011-22-Forum-4

ໃນວັນທີ 8 ສິງຫາ 2011 ຜ່າມມານີ້. ກະຊວງກະສຶກສາທິການ ແລະ ກິລາ ຮ່ວມກັບບັນດາອົງ ການຈັດຕັ້ງສາກົນ ໄດ້ຈັດກອງປະຊຸມແຫ່ງຊາດວ່າດ້ວຍການສຶກສາທີ່ສູນ ICTC ທີ່ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ເນັ້ນໃສ່ການແລກປ່ຽນປະສົບການ ລະຫວ່າງຜູ້ໄດ້ຮັບຜົນປະໂຫຍດທີ່ກ່ຽວຂ້ອງເພື່ອປັບປຸງ ຍຸດທະສາດການສຶກສາຢ່າງເປັນທາງການ ເປັນຕົ້ນການຝຶກອົບຮົມນອກລະບົບ ແລະ ອະຊີວະສຶກສາ ພ້ອມທັງໄດ້ຈັດງານວາງສະແດງໂດຍມີອົງການຈັດຕັ້ງ ແລະ ບັນດາໂຄງການຕ່າງໆເຂົ້າຮ່ວມ ເພື່ອນຳສະ ເໜີກິດຈະກຳຕ່າງໆ ແລະ ວິທີຈັດການທີ່ໄດ້ຈັດຕັ້ງປະຕິບັດໄລຍະຜ່ານມາ.

 

ການປ້ອງກັນບົດຂອງນັກຮຽນຊັ້ນປີທີ 3

SURAFCO-News-2011-21-Thesis-1
Click for more photosSURAFCO-News-2011-21-Thesis-2SURAFCO-News-2011-21-Thesis-3

ໃນລະຫວ່າງວັນທີ 1 ແລະ 5 ເດືອນ ສິງຫາມານີ້. ການປ້ອງກັນບົດລາຍທ້າຍການສຶກສາໄດ້ຈັດຂຶ້ນ ສຳລັບນັກຮຽນຊັ້ນປີທີ 3 ຫຼຸ້ນທີ 20 ຊຶ່ງພິທີຈັດຂຶ້ນໃນວັນທີ 1 ສິງຫາ, ກ່າວເປີດພິທີໂດຍ ທ່ານ ສົມພັງ ປຣະດິຈິດ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ. ມີບັນດາທ່ານຕາງໜ້າຈາກບັນດາ ອົງການຈັດຕັ້ງຕ່າງໆອ້ອມຂ້າງພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ, ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ, ບັນດານັກສຶກສາ ແລະ ຄູອາຈານເຂົ້າຮ່ວມ.

 

ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈກັບມະຫາວິທະຍາໄລກະສິກຳ ແລະ ປ່າໄມ້ໄທຫງວຽນ, ສສ ຫວຽດນາມ

SURAFCO-News-2011-20-MoU-1
Click for more photosSURAFCO-News-2011-20-MoU-2SURAFCO-News-2011-20-MoU-3SURAFCO-News-2011-20-MoU-4SURAFCO-News-2011-20-MoU-5SURAFCO-News-2011-20-MoU-6

ລະຫວ່າງວັນທີ 26 – 30 ກໍລະກົດ 2011. ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອໄດ້ໄປທັດສະ ນະທີ່ປະເທດຫວຽດນາມ ເພື່ອລົງນາມບົດບັນທຶກຄວາມເຂົ້າໃຈກັບຝ່າຍມະຫາວິທະຍາໄລກະສິກຳ ແລະ ປ່າໄມ້ໄທຫງວຽນ ຈຸດສຳຄັນຂອງບົດບັນທຶກຄວາມເຂົ້າໃຈແມ່ນເນັ້ນໃສ່ການສ້າງການຮ່ວມມື ຊຶ່ງຈະສ້າງຜົນປະໂຫຍດຮ່ວມກັນທັງສອງສະຖາບັນ ລວມທັງການສ້າງຂີດຄວາມສາມາດຂອງຄູອາຈານ ໄລຍະສັ້ນ ແລະ ໄລຍະຍາວເປັນຕົ້ນ: ການຄົ້ນຄວ້າຮ່ວມກັນ, ການແລກປ່ຽນຂໍ້ມູນຂ່າວສານ, ການພົບປະ ແລະ ການທັດສະນະສຶກສາ.

 

ການປະເມີນປະສິດທິດພາບການປະຕິບັດງານຂອງວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ

SURAFCO-News-2011-19-Assessment

ໃນວັນຈັນທີ 20 ກໍລະກົດ 2011 ນີ້. ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ໄດ້ຈັດກອງ ປະຊຸມທົບທວນວຽກງານກັບທຸກຄະນະວິຊາ ແລະ ບັນດາຫ້ອງການ ເພື່ອປຶກສາຫາລືຄວາມຄືບໜ້າຂອງ ເດືອນທີ່ຜ່ານມາ, ຜົນສຳເລັດ, ຂໍ້ບົກຜ່ອງ ແລະ ວິທີການປັບປຸງແກ້ໄຂໄດ້ຖືກປຶກສາຫາລື ແລະ ເຫັນດີໃນກອງປະຊຸມ.

 

ກອງປະຊຸມປຶກສາຫາລືລະຫວ່າງ NAFC ແລະ ໂຄງການ ACIAR

SURAFCO-News-2011-18-ACIAR

ໃນຕອນເຊົ້າຂອງວັນທີ 15 ກໍລະກົດ 2011 ຜ່າມມານີ້ ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຮ່ວມມືໃນອານາຄົດ ລະຫວ່າງວິທະຍາໄລ ແລະ ໂຄງການ ACIAR ຊຶ່ງການກະກຽມ ແລະ ການຮ່າງເນື້ອໃນບົດບັນທຶກຄວາມເຂົ້າໃຈແມ່ນນອນໃນວາລະ ກອງປະຊຸມໃນຄັ້ງນີ້.

 

ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

SURAFCO-News-2011-17-Childrens_day-1Click for more photosSURAFCO-News-2011-17-Childrens_day-2SURAFCO-News-2011-17-Childrens_day-3SURAFCO-News-2011-17-Childrens_day-4

ໃນວັນທີ 1 ມິຖຸນາ 2011 ປະເທດລາວໄດ້ສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ. ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ໄດ້ຈັດພິທີສະຫຼອງວັນສຳຄັນດັ່ງກ່າວ, ມີບັນດາພະນັກງານ, ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ ແລະ ດອກໄມ້ປະດັບໃນບໍລິເວນຂອງວິທະຍາ ໄລ ເພື່ອເປັນການສ້າງຜູກຈິດສຳນຶກໃນການປົກປັກຮັກສາສິ່ງແວດລ້ອມ ແລະ ການປ່ຽນແປງຂອງສະ ພາບແວດລ້ອມ.

 

ການຝຶກອົບຮົມເຕັກນິກການປູກມັນຕົ້ນໃຫ້ແກ່ຊາວກະສິກອນ

SURAFCO-News-2011-16-Cassava-1Click for more photosSURAFCO-News-2011-16-Cassava-2SURAFCO-News-2011-16-Cassava-3SURAFCO-News-2011-16-Cassava-4

ເລີ່ມແຕ່ວັນທີ 27 ຫາ 28 ເມສາ. ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອໄດ້ຈັດການ ຝຶກອົບຮົມເຕັກນິກການປູກມັນຕົ້ນສຳລັບຊາວກະສິກອນຈາກເມືອງໂພນໄຊ ແລະ ເມືອງ ປາກແຊງ, ຈຸດປະສົ່ງເພື່ອສະໜອງຂໍ້ມູນພື້ນຖານ ແລະ ສາທິດເຕັກນິກການປູກມັນຕົ້ນໃຫ້ແກ່ຊາວກະສິກອນ.

 

ກອງປະຊຸມກັນ CIAT ແລະ ມູນນິທິຢີ່ປຸ່ນ

SURAFCO-News-2011-15-CIAT

ໃນວັນທີ 26 ພຶດສະພາ. ກອງປະຊຸມໄດ້ຈັດຂຶ້ນໂດຍຕ່າງໜ້າເຂົ້າຮ່ວມຈາກມູນນິທິຍີ່ປຸ່ນ, CIAT, ມະຫະວິທະຍາໄລຊາໂມຣາໂນ ແລະ ບັນດາພະນັກງານຈາກວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ເຊິ່ງປະຈຸບັນມີນັກຮຽນ 3 ຄົນຈາກມະຫາວິທະຍາໄລຊາໂມຣາໂນໄດ້ລົງຝຶກງານທີ່ວິທະຍະໄລ. ກອງປະຊຸມໄດ້ຖືກດຳເນີນເພື່ອໃຫ້ຄຳແນະນຳແກ່ນັກຮຽນໃນວຽກເຂົາເຈົ້າ ແລະ ເພື່ອປຶກສາຫາລືການຮ່ວມມືໃນອະນາຄົດ.

 

ການທັກສະນະສືກສາທີ່ປະເທດ ສະວິດເຊີແລນດ໌

SURAFCO-News-2011-14-Studytour-1Click for more photosSURAFCO-News-2011-14-Studytour-2SURAFCO-News-2011-14-Studytour-3SURAFCO-News-2011-14-Studytour-4SURAFCO-News-2011-14-Studytour-5SURAFCO-News-2011-14-Studytour-6SURAFCO-News-2011-14-Studytour-7SURAFCO-News-2011-14-Studytour-8SURAFCO-News-2011-14-Studytour-9SURAFCO-News-2011-14-Studytour-10SURAFCO-News-2011-14-Studytour-11

ໃນລະຫວ່າງວັນທີ 921 ພຶດສະພາ 2011. ທີມງານການນຳຈາກ ວິທະຍາໄລກະສິກຳ ແລະ ປ່າໄມ້ໄດ້ຈັດທັດສະນະສຶກສາທີ່ສະວິດເຊີແລນ ເພື່ອແລກປ່ຽນຄວາມຮູ້ກ່ຽວກັບບົດຮຽນດ້ານກະສິກຳ, ການສອນ ແລະ ວິທີການຮຽນຮູ້ ເພື່ອນຳໃຊ້ໃນພາກປະຕິບັດການຮຽນຮູ້ ແລະ ການບໍລິຫານຟາມ. ທີມ ງານຝ່າຍລາວໄດ້ມີໂອກາດໄປທັດສະນະສຶກສາການປະຕິບັດວຽກຮ່ວມກັບຄູ່ຮ່ວມງານ ທີ່ສະວິດເຊີແລນດ໌ເຊັ່ນ: ອົງການ ເຮວເວຕັດສ໌, ອົງການສະວິດສ໌ເພື່ອການພັດທະນາ ແລະ ການຮ່ວມມືວິທະຍາໄລສະວິດສ໌ເພື່ອການສິກຳ, ສູນຂໍ້ມູນທີ່ປຶກສາສະວິດສ໌ເຊີແລນ ແລະ ຫຼາຍຫົວໜ່ວຍກະສິກຳ, ໂຮງຮຽນອະຊີວະ, ບໍລິສັດເອກະຊົນຕ່າງໆ ແລະ ກຸ່ມຜູ້ຜະລິດ.

 

ການຈັດການແຂ່ງຂັນກິລາກັບທະຫານແຂວງຫຼວງພະບາງ

SURAFCO-News-2011-13-Sport-Military-1
Click for more photosSURAFCO-News-2011-13-Sport-Military-2SURAFCO-News-2011-13-Sport-Military-3

ໃນວັນທີ 5 ພຶດສະພາ 2011 ນີ້. ການແຂ່ງຂັນກິລາລະຫວ່າງ ວິທະຍາໄລ ກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ທະຫານ ແຂວງຫລວງພະບາງໄດ້ຈັດຂຶ້ນທີ່ສະໜາມກິລາໃໝ່ຂອງວິທະຍາໄລ. ໃນຜົນຂອງການແຂ່ງຂັນບານເຕະຈົບລົງດ້ວຍຄະແນນ 1-1. ສ່ວນການແຂ່ງຂັນບານສົ່ງທີມທະຫານແຂວງຫຼວງພະບາງເປັນຜູ້ຊະນະດ້ວຍຄະແນນ 2#1.

 

ການແຂ່ງຂັນກິລາຂອງນັກຮຽນ ວິທະຍະໄລກະສິກໍາ ແລະ ປ່າໄມ້ພາກເໜືອ [NAFC]

SURAFCO-News-2011-12-Sport-Students-1
Click for more photosSURAFCO-News-2011-12-Sport-Students-2SURAFCO-News-2011-12-Sport-Students-3SURAFCO-News-2011-12-Sport-Students-4

ເລີ່ມແຕ່ 25 ເມສາ ຫາ 3 ພຶດສະພາ 2011. ການແຂ່ງຂັນກິລາສຳລັບນັກສຶກສາໄດ້ຈັດຂຶ້ນທີ່ວິທະຍາໄລກະສິກຳ ແລະ ປ່າໄມ້ໃນກິລາບານເຕະ ແລະ ບານສົ່ງ. ໃນການແຂ່ງຂັນບານສົ່ງຊາຍ ທີມຈາກນັກຮຽນປີ 1 ຫ້ອງ 1A ແລະ ທີມຍິງຈາກນັກຮຽນປີ 2 ຫອ້ງ 2B ເປັນທີມຊະນະເລີດ. ສຳລັບການແຂ່ງຂັນບານຕີທັງທີມຊາຍ ແລະ ຍິງ ຫ້ອງ 2A ໄດ້ຄະແນນດີເລີດ. ການແຂ່ງຂັນກິລາດັ່ງກ່າວ ຊ່ວຍສ້າງແຮງຈູງໃຈໃຫ້ນັກຮຽນ ແລະ ສ້າງນ້ຳໃຈນັກກິລາພາຍໃນທີມຂອງກຸ່ມນັກຮຽນນຳກັນ. ກິດຈະກຳການແຂ່ງຂັນນີ້ແມ່ນໄດ້ຈັດຂຶ້ນອັນເນື່ອງມາຈາກສິ່ງອຳນວຍຄວາມສະດວກຖືກສ້າງຂຶ້ນໃນບໍລິເວນວິທະຍາໄລ.

 

ພິທີມອບຮັບອາຄານຫລັກຂອງວິທະຍາໄລກະສິກຳແລະປ່າໄມ້ພາກເຫນືອ

The companies present a big key to the project - as a sign for having finalised the buildings
Click for more photosSigning the handing over documents with the companiesSchool final arrangementsDuring Handing over ceremony

ໃນຕອນບ່າຍຂອງວັນທີ8 ເມສາ 2011ໄດ້ມີການມອບຮັບອາຄານຫລັກຂອງວິທະຍາໄລກະສິ ກຳແລະປ່າໄມ້ພາກເຫນືອ. ການກໍ່ສ້າງອາຄານນີ້ແມ່ນປະກອບມີ 5 ບໍລິສັດຮັບເຫມົາ, ເຊິ່ງ 4 ບໍລິສັດແມ່ນມາຈາກແຂວງຫລວງພະບາງແລະອີກຫນຶ່ງບໍລິສັດແມ່ນມາຈາກນະຄອນຫລວງ ວຽງຈັນເຊິ່ງເປັນຜູ້ກໍ່ສ້າງຫໍພັກທັງສອງອາຄານ, ໂຮງອາຫານ, ບ່ອນພັກພະນັກງານ ຮັກສາ ຄວາມປອດໄພ, ອາຄານຮຽນ, ຫ້ອງທົດລອງ, ໂຮງລ້ຽງສັດ 8 ບ່ອນ, ບ່ອນຫລິ້ນກິລາ, ເສັ້ນ ທາງພາຍໃນ, ລະບົບນຳ້ດື່ມບໍລິສຸດ ແລະ ພ້ອມທັງລະບົບໄຟຟ້າ ແລະ ນ້ຳປະປາ ໃຫມ່. ທຶນການກໍ່ສ້າງເພື່ອ ປັບປຸງໂຄງລ່າງພື້ນຖານ ດັ່ງກ່າວແມ່ນໄດ້ຮັບການສະຫນັບ ສະຫນູນຈາກ ອົງການພັດທະນາແລະການຮ່ວມມືຂອງປະເທດສະວີເດັນໃນຈຳນວນ 1,300,000 ໂດລາສະຫະລັດ.

 

ກອງປະຊຸມຄະນະກຳມະການຂອງອົງການ SURAFCOຄັ້ງທີ 3

Group Photo during the 3rd Steeering Commitee Meeting of SURAFCO
Click for more photosPresentation and discussion during the 3rd Steering Committee MeetingPresenting the past activitites on information boards

ກອງປະຊຸມຄະນະກຳມະ ການຂອງອົງການ SURAFCOໄດ້ຖືກຈັດຂຶ້ນທີ່ ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເຫນືອ ໃນວັນທີ 8 ເມສາ 2011. ໄດ້ມີການຮັບຮອງເອົາບົດລາຍງານ, ແຜນງານ 6 ເດືອນ ແລະ ບົດ ລາຍງານທາງການເງິນປະຈຳປີ 2010. ໄດ້ມີການສົນທະນາກ່ຽວກັບບັນຫາຕ່າງໆ ເຊັ່ນການ ສ້ອມແປງອາຄານ, ຄວາມຕ້ອງການພະນັກງານເພີ່ມ ແລະ ການເພີ່ມອັດຕາການ ເຂົ້າໂຮງຮຽນ ຂອງແມ່ຍິງ ແລະ ເດັກນ້ອຍໃນເຂດຊົນນະບົດ.

ທ່ານສາມາດອ່ານເອກະສານທີ່ກ່ຽວຂ້ອງໄດ້ໃນພາກກອງປະຊຸມຄະນະກຳມະການ.

 
ຂ່າວສານເພີ່ມເຕີມກ່ຽວກັບໂຮງຮຽນກະສິກຳ ແລະ ປ່າໄມ້ ແລະ ໂຄງການ SURAFCO ສາມາດຊອກຫາໄດ້ ໃນ ຮວບຮວມຂ່າວສານ.