ໂຄງການ SURAFCO
ກະຊວງກະສິກຳ ແລະ ປ່າໄມ້ (MAF) ມີຂໍ້ຜູກມັດໃນການຫັນການສຶກສາໂຮງຮຽນ ກະສິກຳເປັນທັນສະໄໝ ເພື່ອປະກອບສ່ວນໃນການບັນລຸການຄ້ຳປະກັນສະບຽງອາຫານ ແລະ ການເຮັດໃຫ້ຊິວິດການເປັນຢູ່ຂອງປະຊາຊົນລາວທັງໝົດ ດີຂຶ້ນ. ບັນດາ ຂັ້ນຕອນລະອຽດ ໄດ້ຖືກກຳນົດ ໃນ “ຍຸດທະສາດການປະຕິຮູບໂຮງຮຽນກະສິກຳ ແລະ ປ່າໄມ້ ຢູ່ ສປປ ລາວ ເຖິງປີ 2020, ຊຶ່ງຖືກເຜີຍແຜ່ອອກ ໃນເດືອນມັງກອນ 2008.
ອົງການສຳລັບການພັດທະນາແລະການຮ່ວມມື ຂອງປະເທດສະວິດ (SDC) ໄດ້ເລືອກ ຊ່ວຍເຫຼືອ ຂະບວນການປະຕິຮູບ ໂດຍສ້າງຕັ້ງ ໂຄງການ SURAFCO, ໂຄງການໜຶ່ງ ກ່ຽວກັບ “ການສະໜັບສະໜູນການປະຕິຮູບວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ”.
ໂຄງການ SURAFCO ຖືກຈັດຕັ້ງປະຕິບັດໂດຍວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ (NAFC) ດ້ວຍການສະໜັບສະໜູນ ຈາກ HELVETAS, ສະມາຄົມ ສຳລັບການ ຮ່ວມມື ສາກົນ ຂອງປະເທດສະວິດ. ການຊ່ວຍເຫຼືອໃນການພັດທະນາຫຼັກສູດ ໄດ້ ຖືກສະໜອງໂດຍ SCA, ໂຮງຮຽນ ກະສິກຳ ປະເທດສະວິດ, ແລະ ການພັດທະນາໂຄງລ່າງ ໂດຍ SKAT, ສູນຊັບພະຍາກອນ ແລະ ທີ່ປຶກສາສຳລັບການພັດທະນາ ຂອງປະເທດສະວິດ.
ລາຍລະອຽດ ມີໃນເອກະສານຂອງໂຄງການ SURAFCO , ໄລຍະ 1, ເດືອນມັງກອນ 2009 (PDF - 1,4 MB).





ໂຄງການ